Advertisement

ຫຼິ້ນເກມ PS3 ໃນລະບົບປະຕິບັດການ Windows ແລະ Linux ໄດ້ແລ້ວ. (ຟຣີ ໂປຣແກຣມ) 🎮| laogarv |🕹️

 

ຫຼິ້ນເກມ PS3 ໃນລະບົບປະຕິບັດການ Windows ແລະ Linux ໄດ້ແລ້ວ.

ສິ່ງທີ່ເກມທຸກຄົນລໍຄອຍ ໄດ້ມາໃຫ້ຫຼີ້ນກັນແລ້ວ

ທຸກຄົນເຄີຍຢາກຊື້ ເຄື່ອງຫຼີ້ນເກມ Playstation ມາຫຼີ້ນບໍ່? ຕອນນີ້້ນັກກຸ່ມພັດທະນາໄດ້ພັດທະນາ PS3 ເປັນໂປຣແກມ ສຳລັບ Windows ແລະ Linux ໄດ້ສຳເລັດແລ້ວ. ໂດຍໃຊ້ຊື່ເອີ້ນມັນວ່າ  RPCS3” ມັນສາມາດຊ່ວຍໃຫ້ເຈົ້າໄດ້ສຳພັດກັບທຸກເກມຂອງ Playstation 3 ໃນ PC ຫຼື Laptop ຂອງເຈົ້າໄດ້ໂດຍບໍ່ຕ້ອງອອກເງີນຊຶ້້ຈັກກິບເລີຍ.

ແນະນຳຂັ້ນຕອນ ດາວໂຫຼດ ແລະ ຕິດຕັ້ງ:


    RPCS3 ເປັນໂປຣແກຣມຟຣີ ສຳລັບລະບົບປະຕິບັດການ Windows ແລະ Linux ເປັນໂປຣແກມຈຳລອງ ໃຫ້ຜູ້ທີ່ໃຫ້ຜູ້ຊົມໃຊ້ສາມາດຫຼີ້ນເກມ PS3 ໃນ PC ແລະ Laptop ໄດ້. ເຖີງວ່າຈະເປັນໂປແກຣມຈຳລອງ ແຕ່ມັນຍັງສາມາດໃຊ້ ມືເກມ ຫຼີ້ນໄດ້ເພື່ອໃຫ້ຜູ້ຫຼີ້ນໄດ້ສຳພັດກັບຄວາມຮູ້ສຶກໃນແບບ Sony Playsatation

ຂັນຕອນທີ່ 1: ເຂົ້າໄປທີ່ RPCS3 - PlayStation 3 Emulator, ແລ້ວຈະເຫັນປຸ່ມດາວໂຫລດ ທີ່ໜ້ສທຳອິດເລີຍ ແລ້ວຄລິກທີ່ Download ຈາກນັ້ນຄລິກທີ່ Download for Windows (ສຳຫຼັບຜູ້ທີ່ໃຊ້ Linux Download for Linux)



ຂັ້ນຕອນທີ່ 2: ເມື່ອດາວໂຫຼດສຳເລັດແລ້ວໃຫ້ແຕກໄຟ, ຫຼັງຈາກນັ້ນ ເປີດໂຟເດີ ຫາກໍແຕກໄຟ ຈະເຫັນ ຊື່ໄຟ rpcs3.exe. ໃຫ້ຄລິກຂວາມແລ້ວເລືອກ Run as administrator.





ຂັ້ນຕອນທີ່ 3: ຕິດໃສ່ ຫົວຂໍ້ທີ່ວ່າ “I have read the Quickstart guide” ກົດ ໃສ່ Continue ເພື່ອໄປຂັ້ນຕອນຖັດໄປ.

ຂັ້ນຕອນທີ່ 4: ກົດໃສ່ລີ້ງນີ້ PlayStation®3 System Software Update 4.86 ຈະເຫັນປຸ່ມດາວໂຫລດ Download PS3 Update



ຂັ້ນຕອນ 5: ກັບຄືນມາທີ່ ໂປຣແກຣມ RPCS3 ເລືອກ File>Install Firmware.



ຂັ້ນຕອນທີ່ 6: ເລືອກໄຟທີ່ດາວໂຫລດມາໃນຂັ້ນຕອນ 4 ແລະ ກົດ OK ຫຼັງຈາກນັ້ນໃຫ້ລໍຖ້າ.




ຂັ້ນຕອນ 7: ຫຼັງຈາກນັ້ນໄປທີ່ ເວັບນີ້ເພື່ອໂຫລດເກມ Download game PS3 PS4 PS2 RPCS3



ຂັ້ນຕອນທີ່ 8: ກັບໄປທີ່ໂປຣແກຣມ ເລືອກ File>Install Packages/Raps ຫຼັງຈາກນັ້ນໃຫ້ເລືອກໄຟເກມທີ່ດາວໂຫຼດມາ ຈະມີນາມສະກຸນວ່າ .pkg



 

แสดงความคิดเห็น

0 ความคิดเห็น